ຄູ່ມືການບໍລິຫານຊັບພະຍາກອນມະນຸດ

HR 5 Modules Guide

Course Cover 1x1

ລາຍລະອຽດຫຼັກສູດ (Course Specification)

ຫົວຂໍ້ຫຼັກສູດ (Course Title)
ຫຼັກສູດການບໍລິຫານຊັບພະຍາກອນມະນຸດ: ຈາກທິດສະດີສູ່ການປະຕິບັດ
Human Resource Management: From Theory to Practice
ລະຫັດ & ຕົວຫຍໍ້ (Code & Abbreviation)
Code: HR-2024-01
Abbreviation: HRM-PRO
ໄລຍະເວລາ & ຮູບແບບ (Duration & Format)
  • Duration: 5 ວັນ (25-30 ຊົ່ວໂມງ)
  • Format: Online / On-site Workshop
ກຸ່ມເປົ້າໝາຍ (Target Group)
  • ຜູ້ຈັດການຝ່າຍ HR (HR Managers)
  • ຫົວໜ້າທີມ ແລະ ຜູ້ບໍລິຫານສາຍງານອື່ນ (Line Managers)
  • ເຈົ້າຂອງກິດຈະການ (Business Owners)
ຈຸດປະສົງ (Course Objective) ເພື່ອຍົກລະດັບຂີດຄວາມສາມາດຂອງນັກບໍລິຫານຊັບພະຍາກອນມະນຸດ ໃຫ້ເຂົ້າໃຈພາບລວມ, ກົນລະຍຸດ ແລະ ການປະຕິບັດຕົວຈິງໃນ 5 ດ້ານຫຼັກ ເພື່ອຂັບເຄື່ອນອົງກອນສູ່ຄວາມສຳເລັດ ຢ່າງຍືນຍົງ.
ທັກສະຫຼັກ (Core Competencies)
Strategic Planning Talent Acquisition Performance Mgmt Employee Engagement Compliance & Risk
ຜົນໄດ້ຮັບ (Learning Outcomes)
  • ✓ ສາມາດເຊື່ອມໂຍງຍຸດທະສາດ HR ໃຫ້ສອດຄ່ອງກັບເປົ້າໝາຍທຸລະກິດໄດ້ຢ່າງຊັດເຈນ.
  • ✓ ອອກແບບຂະບວນການສັນຫາ ແລະ ຄັດເລືອກເພື່ອໃຫ້ໄດ້ຄົນທີ່ "ແມ່ນ" ຕາມ JD/JS.
  • ✓ ວາງລະບົບການຕິດຕາມ ແລະ ປະເມີນຜົນງານ (KPIs) ທີ່ເປັນທຳ ແລະ ໂປ່ງໃສ.
  • ✓ ສ້າງແຜນພັດທະນາພະນັກງານ (PDP) ຕາມຫຼັກ 70-20-10 ແລະ Succession Plan.
  • ✓ ເຂົ້າໃຈບົດບາດຂອງ 6 ເສົາຫຼັກ HR ເພື່ອບໍລິຫານຄວາມສ່ຽງ ແລະ ສ້າງວັດທະນະທຳອົງກອນທີ່ດີ.

ໂຄງສ້າງເນື້ອຫາ ແລະ ການວັດຜົນ (Course Agenda & Assessment)

ໂມດູນ ຫົວຂໍ້ຫຼັກ (Topic) ກິດຈະກຳການຮຽນຮູ້ (Learning Activities) ເກນການວັດຜົນ (Assessment Criteria)
Module 1
ພື້ນຖານ, ກອບແນວຄິດ ແລະ ກົນລະຍຸດ HR
(Foundation & Strategy)
  • Lecture ບັນຍາຍທິດສະດີ
  • Case Study: ວິເຄາະ HR Models (Hard vs Soft)
  • Group Discussion: ບົດບາດ Strategic Partner
  • • Participation: ການມີສ່ວນຮ່ວມ (5%)
  • • Quiz 1: ຄວາມເຂົ້າໃຈພື້ນຖານ HR (10%)
Module 2
ການສັນຫາ ແລະ ຄັດເລືອກ
(Recruitment & Selection)
  • Workshop: ຂຽນ Job Description (JD)
  • Roleplay: ການສຳພາດແບບ Structured Interview
  • Simulation: ການຄັດກອງ CV
  • • Assignment: ສົ່ງວຽກມອບໝາຍ JD/JS (15%)
  • • Practical: ຄະແນນການສຳພາດຈຳລອງ (10%)
Module 3
ການປຖົມນິເທດ & ພັດທະນາ
(Onboarding & Development)
  • Workshop: ອອກແບບແຜນ 30-60-90 ວັນ
  • Discussion: ການແກ້ໄຂບັນຫາພະນັກງານໃໝ່
  • • Project: ສ້າງແຜນ Onboarding 30-60-90 ວັນ (15%)
Module 4
ການບໍລິຫານຜົນງານ & ພັດທະນາ
(PMS & L&D)
  • Workshop: ການຕັ້ງ KPIs (SMART Goals)
  • Scenario: ການໃຫ້ Feedback ພະນັກງານ
  • Design: ແຜນພັດທະນາບຸກຄະລາກອນ (PDP)
  • • Assignment: ກຳນົດ KPIs ປະຈຳຕຳແໜ່ງ (15%)
  • • Quiz 2: ຫຼັກການ 70-20-10 (5%)
Module 5
6 ເສົາຫຼັກຂອງ HR ທີ່ເຂັ້ມແຂງ
(The 6 Core HR Pillars)
  • Final Group Project: ການວາງແຜນ HR ແບບອົງລວມ
  • Presentation: ນຳສະເໜີກົນລະຍຸດ
  • • Final Presentation: ນຳສະເໜີໂຄງການກຸ່ມ (20%)
  • • Q&A: ການຕອບຄຳຖາມ (5%)

📝 Assessment (ການວັດຜົນ)

  • 1. Pre-Course Assessment ຍັງບໍ່ເລີ່ມ
  • 2. Module Quizzes (1-5) ກຳລັງດຳເນີນການ
  • 3. Final Examination ລັອກ

ໂມດູນທີ 1: ພື້ນຖານ, ກອບແນວຄິດ ແລະ ກົນລະຍຸດ HR

ເປົ້າໝາຍ:

ເຂົ້າໃຈບົດບາດเชิงກົນລະຍຸດຂອງ HR ທີ່ຫຼາຍກວ່າວຽກ Admin ແລະ ຮູ້ຈັກໂມເດວໃນການວາງແຜນ.

ຮູບພາບເປົ້າໝາຍ

1.1 ບົດບາດຂອງ HR ທີ່ເຂັ້ມແຂງ

HR ທີ່ເຂັ້ມແຂງຄື "ຄູ່ຄິດเชิงກົນລະຍຸດ" (Strategic Partner).

  • ຫຼັກການ (Principle): ການເຊື່ອມໂຍງກົນລະຍຸດ (Strategic Alignment).

    ໜ້າທີ່ຂອງ HR ບໍ່ແມ່ນພຽງແຕ່ການບໍລິຫານຄົນ, ແຕ່ຄືການຮັບປະກັນວ່າ "ທຶນມະນຸດ" (Human Capital) ຂອງອົງກອນ ສາມາດສະໜັບສະໜູນ ແລະ ຂັບເຄື່ອນ "ເປົ້າໝາຍທຸລະກິດ" (Business Objectives) ໄດ້ຢ່າງເຕັມປະສິດທິພາບ.

1.2 ໂມເດວການບໍລິຫານ (HR Models)

  • HR ແບບແຂງ (Hard HRM): ເບິ່ງພະນັກງານຄື "ຊັບພະຍາກອນ" (Resource) ເພື່ອບໍລິຫານຕົ້ນທຶນ.
    • o ຫຼັກການ (Principle): ທິດສະດີເສດຖະສາດ (Utilitarianism). ມຸ່ງເນັ້ນການວັດແທກ, ປະສິດທິພາບ, ແລະ ການຄວບຄຸມຕົ້ນທຶນແຮງງານ ເພື່ອໃຫ້ໄດ້ຜົນຕອບແທນສູງສຸດ.
  • HR ແບບອ່ອນ (Soft HRM): ເບິ່ງພະນັກງານຄື "ຊັບສິນ" (Asset) ເພື່ອດູແລ ແລະ ສ້າງແຮງຈູງໃຈ.
    • o ຫຼັກການ (Principle): ທິດສະດີມະນຸດສຳພັນ (Human Relations). ເຊື່ອວ່າພະນັກງານທີ່ມີຄວາມສຸກ, ມີແຮງຈູງໃຈ, ແລະ ມີຄວາມຜູກພັນ (Engaged) ຈະສ້າງຜົນງານທີ່ດີກວ່າ.
  • ໂມເດວ 5P (The 5P Model): ເປັນໂມເດວເຊື່ອມໂຍງ HR ເຂົ້າກັບກົນລະຍຸດອົງກອນ:
    • o ຫຼັກການ (Principle): ການເຊື່ອມໂຍງ (Integration). ທຸກຂະບວນການ HR ຕ້ອງເຊື່ອມໂຍງກັນ.

ຫຼັກການ "ການເຊື່ອມໂຍງ" (Integration) ໃນວຽກງານ HR

ຫຼັກການ "ການເຊື່ອມໂຍງ" (Integration) ໃນການບໍລິຫານทรัພະຍາກອນມະນຸດ (HR) ໝາຍເຖິງ ການເຊື່ອມຕໍ່ ແລະ ປະສານງານທຸກຂະບວນການ, ໜ້າທີ່, ແລະ ລະບົບຕ່າງໆຂອງ HR ໃຫ້ເຮັດວຽກຮ່ວມກັນຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ບໍ່ຕັດແຍກອອກຈາກກັນ.

ແທນທີ່ຈະໃຫ້ແຕ່ລະພາກສ່ວນ (ເຊັ່ນ: ການສັນຫາ, ການຝຶກອົບຮົມ, ການປະເມີນຜົນ, ເງິນເດືອນ) ເຮັດວຽກແບບຕ່າງຄົນຕ່າງເຮັດ (Silo), ຫຼັກການນີ້ເນັ້ນໃຫ້ທຸກສ່ວນປະກອບນັ້ນຕ້ອງເຊື່ອມໂຍງຂໍ້ມູນ, ເປົ້າໝາຍ, ແລະ ກະແສການເຮັດວຽກເຂົ້າກັນ ເພື່ອສ້າງປະສົບການທີ່ລຽບລື່ນໃຫ້ກັບພະນັກງານ ແລະ ຂັບເຄື່ອນຍຸດທະສາດຂອງອົງກອນ.

ການ "ເຊື່ອມໂຍງກັນຢ່າງລະອຽດ" ໝາຍຄວາມວ່າແນວໃດ?

ການເຊື່ອມໂຍງຢ່າງລະອຽດ (Thorough Integration) ປະກອບດ້ວຍ 3 ມິຕິຫຼັກ:

  1. ການເຊື່ອມໂຍງດ້ານຂໍ້ມູນ (Data Integration)

    ນີ້ຄືພື້ນຖານທີ່ສຳຄັນທີ່ສຸດ. ໝາຍຄວາມວ່າ:

    • ຖານຂໍ້ມູນດຽວ (Single Source of Truth): ຂໍ້ມູນພະນັກງານ (ປະຫວັດ, ຕຳແໜ່ງ, ຜົນການປະເມີນ...) ຄວນຖືກເກັບໄວ້ໃນລະບົບດຽວ (ເຊັ່ນ: HRIS) ຫຼື ລະບົບທີ່ເຊື່ອມຕໍ່ກັນ.
    • ການອັບເດດອັດຕະໂນມັດ: ເມື່ອປ່ຽນຂໍ້ມູນຈຸດໜຶ່ງ, ຂໍ້ມູນຕ້ອງໄຫຼໄປຍັງລະບົບອື່ນທີ່ກ່ຽວຂ້ອງ (ເງິນເດືອນ, ການຮຽນຮູ້) ອັດຕະໂນມັດ.
  2. ການເຊື່ອມໂຍງດ້ານຂະບວນການ (Process Integration)

    ໝາຍຄວາມວ່າ ຜົນລັບຂອງຂະບວນການໜຶ່ງ ຈະຕ້ອງກາຍເປັນປັດໄຈນຳເຂົ້າ (Input) ຂອງອີກຂະບວນການໜຶ່ງຢ່າງເປັນລະບົບ.

    ຕົວຢ່າງ:

    • ການສັນຫາ (Recruitment) → ການເລີ່ມວຽກ (Onboarding): ຂໍ້ມູນຜູ້ສະໝັກຖືກສົ່ງຕໍ່ໄປ Onboarding ທັນທີ.
    • ການປະເມີນຜົນ (Performance) → ການພັດທະນາ (Development): ຜົນປະເມີນທີ່ລະບຸ "ຈຸດອ່ອນ" ຈະເຊື່ອມໂຍງກັບລະບົບ (LMS) ເພື່ອແນະນຳຫຼັກສູດ.
    • ການປະເມີນຜົນ (Performance) → ຄ່າຕອບແທນ (Compensation): ຄະແນນປະເມີນຜົນ ຕ້ອງເຊື່ອມໂຍງກັບຂະບວນການພິຈາລະນາຂຶ້ນເງິນເດືອນ.
  3. ການເຊື່ອມໂຍງດ້ານຍຸດທະສາດ (Strategic Integration)

    ນີ້ຄືລະດັບສູງສຸດ. ໝາຍຄວາມວ່າ ທຸກໆກິດຈະກຳຂອງ HR ຕ້ອງສະໜັບສະໜູນ ແລະ ສອດຄ່ອງກັບຍຸດທະສາດລວມຂອງອົງກອນ.

    ຕົວຢ່າງ: ຖ້າຍຸດທະສາດຄື "ເປັນຜູ້ນຳດ້ານນະວັດຕະກຳ":

    • ການສັນຫາ: ຕ້ອງເນັ້ນຫາຄົນທີ່ມີຄວາມຄິດສ້າງສັນ.
    • ການປະເມີນຜົນ: ຕ້ອງມີຫົວຂໍ້ປະເມີນກ່ຽວກັບ "ການສ້າງສັນສິ່ງໃໝ່ໆ".
    • ຄ່າຕອບແທນ: ຕ້ອງມີລາງວັນ (Reward) ພິເສດສຳລັບນະວັດຕະກຳ.
    • ການພັດທະນາ: ຕ້ອງມີຫຼັກສູດກ່ຽວກັບ Design Thinking.

ຜົນປະໂຫຍດຫຼັກຂອງການເຊື່ອມໂຍງ

  • ເພີ່ມປະສິດທິພາບ (Efficiency): ຫຼຸດຜ່ອນການເຮັດວຽກຊ້ຳຊ້ອນ, ວຽກ manual, ແລະ ຄວາມຜິດພາດ.
  • ສ້າງປະສົບການທີ່ດີໃຫ້ພະນັກງານ (Employee Experience): ພະນັກງານເຫັນຄວາມສອດຄ່ອງ, ຕໍ່ເນື່ອງ, ແລະ ເປັນມືອາຊີບ.
  • ການຕັດສິນໃຈທີ່ດີຂຶ້ນ (Better Decision Making): ຜູ້ບໍລິຫານ ແລະ HR ເຫັນພາບລວມ ແລະ ໃຊ້ຂໍ້ມູນທີ່ເຊື່ອມໂຍງກັນເພື່ອຕັດສິນໃຈ.

ໂມດູນທີ 2: ການສັນຫາ ແລະ ຄັດເລືອກ

ເປົ້າໝາຍ:

ສ້າງຂະບວນການທີ່ເປັນລະບົບ ເພື່ອນຳຄົນທີ່ "ແມ່ນ" (Right Fit) ເຂົ້າມາໃນອົງກອນ.

ຮູບພາບການສັນຫາ

2.1 ໄລຍະທີ 1: ການກະກຽມ (Preparation)

  1. ກຳນົດຄວາມຕ້ອງການ (Need Identification): ຮັບຄວາມຕ້ອງການຈາກພະແນກຕ່າງໆ.
  2. ຂໍອະນຸມັດ (Approval): ຂໍອະນຸມັດຈຳນວນພົນ (Headcount) ແລະ ງົບປະມານ.
  3. ວິເຄາະຕຳແໜ່ງ (Job Analysis): ສ້າງ Job Description (JD) ແລະ Job Specification (JS).
    • o ຫຼັກການ (Principle): ການວິເຄາະວຽກ (Job Analysis). ນີ້ຄືຫົວໃຈສຳຄັນ. ຖ້າບໍ່ຮູ້ວ່າວຽກຄືຫຍັງ (JD) ແລະ ຕ້ອງການຄົນແບບໃດ (JS) ຢ່າງແທ້ຈິງ, ຂະບວນການຄັດເລືອກກໍຈະລົ້ມເຫຼວ.

2.2 ໄລຍະທີ 2: ການສັນຫາ (Sourcing)

  1. การປະກາດພາຍໃນ (Internal Sourcing): (ຄວນເຮັດກ່ອນ).
    • o ຫຼັກການ (Principle): ການສ້າງແຮງຈູງໃຈ ແລະ ການຮັກສາ (Motivation & Retention). ເປັນການສະແດງໃຫ້ພະນັກງານເຫັນ "ສາຍອາຊີບ" (Career Path) ແລະ ເຮັດໃຫ້ເຂົາຮູ້ສຶກມີຄຸນຄ່າ.
  2. ການປະກາດພາຍນອກ (External Sourcing): ເມື່ອຕ້ອງການແນວຄິດໃໝ່ ຫຼື ພາຍໃນບໍ່ມີຄົນເໝາະສົມ.
    • o ຫຼັກການ (Principle): ການສ້າງຄວາມຫຼາກຫຼາຍ (Diversity). ນຳເອົາທັກສະ, ປະສົບການ, ແລະ ແນວຄິດໃໝ່ໆ ຈາກພາຍນອກເຂົ້າມາ ເພື່ອປ້ອງກັນການຄິດແບບເກົ່າ (Groupthink).

2.3 ໄລຍະທີ 3: ການຄັດເລືອກ (Selection)

  • ຫຼັກການ (Principle): ຄວາມຖືກຕ້ອງ ແລະ ເຊື່ອຖືໄດ້ (Validity & Reliability). ເປົ້າໝາຍຄືການໃຊ້ເຄື່ອງມື (ເຊັ່ນ: ການສຳພາດ, ການທົດສອບ) ທີ່ສາມາດ "ທຳນາຍ" ຜົນງານໃນອະນາຄົດໄດ້ຢ່າງຖືກຕ້ອງທີ່ສຸດ.
  1. ຄັດກອງເອກະສານ (CV Screening): HR ຄັດກອງຕາມ JS.
  2. ສຳພາດ ຮອບທີ 1 (HR Interview): ກວດສອບທັດສະນະຄະຕິ, ວັດທະນະທຳ.
  3. ທົດສອບ (Testing): (ຖ້າຈຳເປັນ) ທົດສອບທັກສະສະເພາະ.
    • o ຫຼັກການ (Principle): ການວັດແທກແບບມີຈຸດປະສົງ (Objective Measurement). ໃຊ້ເພື່ອວັດແທກທັກສະທີ່ສຳພາດໄດ້ຍາກ (ເຊັ່ນ: ການວິເຄາະ, ການໃຊ້ Excel).
  4. ສຳພາດ ຮອບທີ 2 (Technical Interview): ຫົວໜ້າພະແນກ ກວດສອບດ້ານວິຊາການ.
    • o ຫຼັກການ (Principle): ການສຳພາດແບບມີໂຄງສ້າງ (Structured Interview). ຄວນຖາມຄຳຖາມຄ້າຍຄືກັນກັບທຸກຄົນ ເພື່ອລົດອະຄະຕິ (Bias) ແລະ ສາມາດປຽບທຽບໄດ້. (ເຊັ່ນ: ການຖາມຄຳຖາມเชิงພຶດຕິກຳ - "ເລົ່າເຫດການທີ່...").
  5. ກວດສອບ (Checks): Reference Check (ບ່ອນເກົ່າ) ແລະ Background Check (ປະຫວັດອາດຊະຍາກຳ/ການເງິນ).
    • o ຫຼັກການ (Principle): ການກວດສອບຄວາມຖືກຕ້ອງ ແລະ ການບໍລິຫານຄວາມສ່ຽງ (Due Diligence & Risk Management). (ສຳຄັນຫຼາຍໃນ MFI) ເພື່ອປ້ອງກັນການສໍ້ໂກງ ແລະ ຮັບປະກັນຄວາມໜ້າເຊື່ອຖື.
  6. ຕັດສິນໃຈ (Decision): HR ແລະ ຫົວໜ້າພະແນກ ຕົກລົງຮ່ວມກັນ.

2.4 ໄລຍະທີ 4: ການຈ້າງງານ (Hiring)

  1. ສະເໜີຕຳແໜ່ງ (Job Offer): ຕໍ່ລອງ ແລະ ສົ່ງໃບສະເໜີຕຳແໜ່ງ.
  2. ເຊັນສັນຍາ (Contract Signing): ກຽມສັນຍາຈ້າງງານ.
    • o ຫຼັກການ (Principle): ການປະຕິບັດຕາມກົດໝາຍ (Legal Compliance). ສັນຍາຕ້ອງຊັດເຈນ, ບໍ່ເອົາລັດເອົາປຽບ, ແລະ ຖືກຕ້ອງຕາມກົດໝາຍແຮງງານ.
  3. ແຈ້ງຜູ້ທີ່ບໍ່ຜ່ານ: ເພື່ອຮັກສາພາບພົດທີ່ດີ (Employer Branding).

ໂມດູນທີ 3: ການປຖົມນິເທດ ແລະ ພັດທະນາພະນັກງານໃໝ່

ເປົ້າໝາຍ:

ເຮັດໃຫ້ພະນັກງານໃໝ່ປັບຕົວໄດ້ໄວ, ເຂົ້າໃຈວັດທະນະທຳ, ແລະ ພ້ອມເຮັດວຽກໃນໄລຍະທົດລອງ.

ຮູບພາບການປຖົມນິເທດ
  • ຫຼັກການ (Principle): ການປັບຕົວເຂົ້າກັບສັງຄົມ (Socialization) ແລະ ປະສິດທິພາບ (Time-to-Productivity). ການ Onboarding ທີ່ດີ ຈະຊ່ວຍລົດຄວາມກັງວົນ, ສ້າງຄວາມຜູກພັນ, ແລະ ເຮັດໃຫ້ພະນັກງານໃໝ່ເຮັດວຽກໄດ້ເຕັມທີ່ໄວຂຶ້ນ.

3.1 ແຜນ 30-60-90 ມື້ (30-60-90 Day Plan)

ນີ້ຄືກອບການຕິດຕາມໃນໄລຍະທົດລອງວຽກ.

  • ຫຼັກການ (Principle): ການກຳນົດເປົ້າໝາຍທີ່ຊັດເຈນ (Clear Goal Setting). ໃຫ້ພະນັກງານໃໝ່ຮູ້ວ່າອົງກອນຄາດຫວັງຫຍັງຈາກເຂົາໃນແຕ່ລະໄລຍະ.

(ຕົວຢ່າງ: ພະນັກງານສິນເຊື່ອໃໝ່ - New Credit Officer)

  • ໄລຍະທີ 1: ມື້ທີ 1-30 (ຮຽນຮູ້ - Learning)
    • o ເປົ້າໝາຍ: ເຂົ້າໃຈຜະລິດຕະພັນ, ນະໂຍບາຍສິນເຊື່ອ, ວັດທະນະທຳ.
    • o ກິດຈະກຳ: ອ່ານນະໂຍບາຍ, ຮຽນລະບົບ Core Banking, ຕິດຕາມ (Shadowing) ລຸ້ນອ້າຍລົງພື້ນທີ່, ເຂົ້າຮ່ວມປະຊຸມໃນຖານະ "ຜູ້ສັງເກດການ".
  • ໄລຍະທີ 2: ມື້ທີ 31-60 (ລົງມືປະຕິບັດ - Contributing)
    • o ເປົ້າໝາຍ: ເລີ່ມ "ລອງເຮັດເອງ" ພາຍໃຕ້ການແນະນຳ (Guided Practice).
    • o ກິດຈະກຳ: ເລີ່ມກະກຽມ Loan File ເອງ (ໃຫ້ຫົວໜ້າກວດ), ລົງພື້ນທີ່ແບບ Co-Visit, ເລີ່ມຮັບພອດລູກຄ້າເກົ່າມາເບິ່ງແຍງ.
  • ໄລຍະທີ 3: ມື້ທີ 61-90 (ຄວາມເປັນເຈົ້າການ - Owning)
    • o ເປົ້າໝາຍ: "ເຮັດວຽກໄດ້ເອງ" (Autonomy) ແລະ ຮັບຜິດຊອບເປົ້າໝາຍ (Accountability).
    • o ກິດຈະກຳ: ວິເຄາະ Case ເອງ, ນຳສະເໜີ Case ຕໍ່ຄະນະກຳມະການ, ຮັບຜິດຊອບພອດ ແລະ ການຕິດຕາມໜີ້ (NPL), ເລີ່ມຮັບ KPI.

3.2 ການຕິດຕາມ (Feedback Loop)

  • ຫຼັກການ (Principle): ການສື່ສານ ແລະ ການພັດທະນາຢ່າງຕໍ່ເນື່ອງ (Continuous Communication & Development). ການໃຫ້ Feedback ທີ່ສม่ຳສະເໝີ ຊ່ວຍປ້ອງກັນບັນຫານ້ອຍບໍ່ໃຫ້ກາຍເປັນບັນຫາໃຫຍ່.
  • ຫົວໜ້າ: ຕ້ອງ Check-in ເປັນປະຈຳ (ທຸກອາທິດ/ທຸກ 2 ອາທິດ).
  • HR: ຄວນ Check-in ຕອນທ້າຍ 30 ມື້ ແລະ 90 ມື້ ເພື່ອຖາມກ່ຽວກັບການປັບຕົວ.

3.3 ຫຼັງຜ່ານການທົດລອງວຽກ (Post-Probation Actions)

  • ຫຼັກການ (Principle): ການເຊື່ອມໂຍງຢ່າງເປັນທາງການ (Formal Integration). ເປັນການຢືນຢັນສະຖານະ ແລະ ຮັບປະກັນສິດທິປະໂຫຍດເຕັມຮູບແບບ.
  1. ດ້ານເອກະສານ: ອອກ ຈົດໝາຍຢັ້ງຢືນການຜ່ານງານ (Confirmation Letter).
  2. ດ້ານລະບົບ: ອັບເດດສະຖານະ ເປັນ "ຖາວອນ" ໃນ HRIS.
  3. ດ້ານສິດທິ: ຂຶ້ນທະບຽນສິດທິປະໂຫຍດ (Benefits Enrollment) ໃຫ້ຄົບຖ້ວນ.
  4. ດ້ານຜົນງານ: ປະສານງານຕັ້ງ KPIs ທີ່ເປັນທາງການຮອບຕໍ່ໄປ.

ໂມດູນທີ 4: ການບໍລິຫານຜົນງານ ແລະ ການພັດທະນາ

ເປົ້າໝາຍ:

ສ້າງວົງຈອນ ເພື່ອເຮັດໃຫ້ພະນັກງານ "ເກັ່ງຂຶ້ນ" ແລະ "ເຕີບໂຕ" ໄປພ້ອມກັບອົງກອນ.

ຮູບພາບການບໍລິຫານຜົນງານ

4.1 ການບໍລິຫານປະເມີນຜົນງານ (Performance Management)

  • ຫຼັກການ (Principle): ການບໍລິຫານຜົນງານຄືວົງຈອນ (Performance Cycle). ມັນບໍ່ແມ່ນເຫດການທີ່ເກີດຂຶ້ນປີລະຄັ້ງ, ແຕ່ເປັນຂະບວນການຕໍ່ເນື່ອງຂອງ (1) ການວາງແຜນ, (2) ການຕິດຕາມ, (3) ການປະເມີນ, ແລະ (4) ການໃຫ້ລາງວັນ/ພັດທະນາ.
  • ວົງຈອນ:
    1. ກຳນົດ KPIs: ຕົກລົງເປົ້າໝາຍຮ່ວມກັນຕັ້ງແຕ່ຕົ້ນປີ (ຫຼັກການ: SMART Goals - ຊັດເຈນ, ວັດແທກໄດ້, ບັນລຸໄດ້, ກ່ຽວຂ້ອງ, ມີກຳນົດເວລາ).
    2. ຕິດຕາມ ແລະ ໃຫ້ Feedback ຕໍ່ເນື່ອງ: ຫົວໜ້າ Check-in ເປັນປະຈຳ.
    3. ປະເມີນຜົນປະຈຳປີ (Annual Review): ສະຫຼຸບຜົນງານ, ໃຫ້ຄະແນນ (ຫຼັກການ: ຄວາມຍຸຕິທຳ ແລະ ໂປ່ງໃສ - Fair & Transparent).

4.2 ການພັດທະນາຄົນ (People Development)

  • ຫຼັກການ (Principle): ການລົງທຶນໃນທຶນມະນຸດ (Investing in Human Capital). ການພັດທະນາພະນັກງານ ຊ່ວຍເພີ່ມຄວາມສາມາດ, ແຮງຈູງໃຈ, ແລະ ອັດຕາການຢູ່ລອດຂອງພະນັກງານ (Retention).
  • ແຜນພັດທະນາສ່ວນບຸກຄົນ (PDP): ນຳຜົນຈາກການປະເມີນ ມາວາງແຜນ "ປິດຊ່ອງວ່າງ" (Gap) ດ້ານທັກສະ.
  • ຫຼັກ 70-20-10:
    • o 70% (On-the-Job): ຮຽນຈາກການເຮັດວຽກຈິງ, ໂຄງການພິເສດ, ຫຼື ການໝູນຕຳແໜ່ງ (Job Rotation) (ຫຼັກການ: ການຮຽນຮູ້ຜ່ານປະສົບການ - Experiential Learning).
    • o 20% (Coaching & Mentoring): ຮຽນຈາກຫົວໜ້າ (Coaching) ຫຼື ພີ່ລ້ຽງ (Mentor).
    • o 10% (Training): ຮຽນຈາກການເຂົ້າຫຼັກສູດອົບຮົມ.
  • ການວາງແຜນສາຍອາຊີບ (Career Pathing): ສ້າງໂຄງສ້າງການເຕີບໂຕໃຫ້ພະນັກງານເຫັນ.

4.3 ການໝູນຕຳແໜ່ງ (Job Rotation)

  • ຫຼັກການ (Principle): ການພັດທະນາຄວາມສາມາດຮອບດ້ານ (Cross-Functional Capability) ແລະ ການບໍລິຫານຄວາມສ່ຽງ (Risk Management).

1. ຫຼັກການ: ການພັດທະນາຄວາມສາມາດຮອບດ້ານ (Cross-Functional Capability)

ນິຍາມຫຼັກ (Core Definition): ແນວທາງສ້າງໃຫ້ພະນັກງານມີຄວາມຮູ້, ທັກສະ ນອກເໜືອໜ້າທີ່ຫຼັກ ເພື່ອທຳລາຍ "Silos" ຊ່ວຍໃຫ້ຮ່ວມມືກັນໄດ້ດີຂຶ້ນໂດຍມີຄວາມເຂົ້າໃຈພາບລວມ.

ອົງປະກອບສຳຄັນ:

  • ຄວາມຫຼາກຫຼາຍທາງທັກສະ (Skill Versatility): ບໍ່ຈຳກັດໃຫ້ຮູ້ວຽກດຽວ (ເຊັ່ນ: Credit Officer ເຂົ້າໃຈ Finance, Marketing).
  • ຄວາມເຂົ້າໃຈໃນຂະບວນການ (Process Understanding): ເຂົ້າໃຈວ່າວຽກຕົນເອງເຊື່ອມໂຍງກັບພະແນກອື່ນແນວໃດ (End-to-End).
  • ການຮ່ວມມື (Collaboration): ເຮັດວຽກໃນ "ທີມງານຂ້າມສາຍງານ" (Cross-Functional Teams) ໄດ້.
  • ຄວາມຄ່ອງແຄ້ວ (Agility): ອົງກອນສາມາດຍ້າຍຊັບພະຍາກອນມະນຸດໄປຈຸດທີ່ຈຳເປັນໄດ້ໄວ.

ວິທີການພັດທະນາ (ຕົວຢ່າງ):

  • ການສັບປ່ຽນໜ້າວຽກ (Job Rotation): ໄປທົດລອງເຮັດວຽກພະແນກອື່ນຊົ່ວຄາວ.
  • ການສ້າງໂຄງການຮ່ວມ (Project-Based Teams): ດຶງຄົນຈາກຫຼາຍພະແນກມາເຮັດວຽກຮ່ວມກັນ.
  • ການຝຶກອົບຮົມຂ້າມສາຍງານ (Cross-Training): ຈັດຫຼັກສູດໃຫ້ຄວາມຮູ້ວຽກພະແນກອື່ນ.

2. ຫຼັກການ: ການບໍລິຫານຄວາມສ່ຽງ (Risk Management)

ນິຍາມຫຼັກ (Core Definition): ຂະບວນການຕໍ່ເນື່ອງໃນການ ກຳນົດ (Identify), ປະເມີນ (Assess), ຕອບສະໜອງ (Respond) ແລະ ຕິດຕາມ (Monitor) ຄວາມສ່ຽງ ເພື່ອຈັດການໃຫ້ຢູ່ໃນລະດັບທີ່ຍອມຮັບໄດ້ (Risk Appetite).

ຂະບວນການ 5 ຂັ້ນຕອນຫຼັກ:

  1. ການກຳນົດ/ຊີ້ບອກຄວາມສ່ຽງ (Risk Identification): ຄົ້ນຫາ "ມີຫຍັງແດ່ທີ່ອາດຜິດພາດ?" (ເຊັ່ນ: Credit, Operational, Compliance).
  2. ການປະເມີນ/ວິເຄາະຄວາມສ່ຽງ (Risk Assessment/Analysis): ປະເມີນ 2 ມິຕິ: ໂອກາດທີ່ຈະເກີດ (Likelihood) ແລະ ຜົນກະທົບ (Impact).
  3. ການຕອບສະໜອງຕໍ່ຄວາມສ່ຽງ (Risk Response): ເລືອກ 4 ທາງ (4 Ts): ຫຼຸດຜ່ອນ (Treat), ໂອນຍ້າຍ (Transfer), ຫຼີກລ່ຽງ (Terminate), ຍອມຮັບ (Tolerate).
  4. ກິດຈະກຳການຄວບຄຸມ (Control Activities): ນຳວິທີຕອບສະໜອງມາສ້າງເປັນ ນະໂຍບາຍ, ລະບຽບ, SOPs.
  5. ການຕິດຕາມ ແລະ ທົບທວນ (Monitoring and Review): ຕິດຕາມເບິ່ງວ່າຄວາມສ່ຽງປ່ຽນແປງບໍ່ ແລະ ມາດຕະການຄວບຄຸມໃຊ້ໄດ້ຜົນບໍ່.

ຈຸດປະສົງ (ຂອງ Job Rotation):

  1. ສ້າງຄວາມເຂົ້າໃຈຮອບດ້ານ: (ເຊັ່ນ: Auditor ໝູນວຽກ Credit).
  2. ຫຼຸດຜ່ອນຄວາມສ່ຽງ (Risk Control): (ສຳຄັນໃນ MFI) ປ້ອງກັນການສໍ້ໂກງ, ຫຼຸດຜ່ອນ "Key-Person Risk".
  3. ທົດສອບສັກກະຍະພາບ (Test Potential): ກຽມຄົນເກັ່ງກ່ອນເລື່ອນຂັ້ນ.

ໂມດູນທີ 5: 6 ເສົາຫຼັກຂອງ HR ທີ່ເຂັ້ມແຂງ

ເປົ້າໝາຍ:

ເຂົ້າໃຈໜ້າທີ່ຮັບຜິດຊອບຫຼັກທັງໝົດ ທີ່ HR ຕ້ອງດູແລ ເພື່ອໃຫ້ອົງກອນເຂັ້ມແຂງ.

ເສົາຫຼັກທີ 1: ການບໍລິຫານເຊີງກົນລະຍຸດ (Strategic Management)

ນິຍາມຫຼັກ (Core Definition): ຂະບວນການທີ່ຕໍ່ເນື່ອງ ໃນການ ກຳນົດທິດທາງ (Formulation), ນຳໄປປະຕິບັດ (Implementation), ແລະ ປະເມີນຜົນ (Evaluation) ການຕັດສິນໃຈ ແລະ ການດຳເນີນງານຕ່າງໆ ທີ່ຊ່ວຍໃຫ້ອົງກອນບັນລຸເປົ້າໝາຍໄລຍະຍາວ.

ເວົ້າງ່າຍໆ, ມັນຄືແຜນທີ່ນຳທາງ (Roadmap) ທີ່ຕອບຄຳຖາມ 3 ຂໍ້:

  1. ເຮົາຢູ່ໃສຕອນນີ້? (Where are we now?) - ການວິເຄາະສະຖານະການ
  2. ເຮົາຢາກໄປໃສ? (Where do we want to go?) - ການກຳນົດວິໄສທັດ ແລະ ເປົ້າໝາຍ
  3. ເຮົາຈະໄປຮອດຈຸດນັ້ນໄດ້ແນວໃດ? (How will we get there?) - ການສ້າງ ແລະ ປະຕິບັດກົນລະຍຸດ

ເປົ້າໝາຍສູງສຸດ: ເພື່ອສ້າງ ແລະ ຮັກສາ "ຄວາມໄດ້ປຽບໃນການແຂ່ງຂັນທີ່ຍືນຍົງ" (Sustainable Competitive Advantage).

5 ຂັ້ນຕອນຫຼັກຂອງຂະບວນການບໍລິຫານเชิงກົນລະຍຸດ

  1. ການກຳນົດທິດທາງ (Setting Direction / Vision & Mission): ວິໄສທັດ (Vision), ພັນທະກິດ (Mission), ເປົ້າໝາຍ (Goals).
  2. ການວິເຄາະສະພາບແວດລ້ອມ (Environmental Scanning / Analysis): ໃຊ້ SWOT Analysis:
    • ປັດໄຈພາຍໃນ: ຈຸດແຂງ (Strengths), ຈຸດອ່ອນ (Weaknesses).
    • ປັດໄຈພາຍນອກ: ໂອກາດ (Opportunities), ໄພຄຸກຄາມ (Threats).
  3. ການສ້າງກົນລະຍຸດ (Strategy Formulation): ເລືອກ "ເສັ້ນທາງ" ທີ່ຈະໄປ (ເຊັ່ນ: Cost Leadership, Differentiation, Focus).
  4. ການນຳກົນລະຍຸດໄປປະຕິບັດ (Strategy Implementation): ການຈັດສັນຊັບພະຍາກອນ, ສ້າງໂຄງສ້າງ, ສ້າງນະໂຍບາຍ (HR ມີບົດບາດສູງສຸດ).
  5. ການປະເມີນ ແລະ ຄວບຄຸມ (Strategy Evaluation & Control): ຕິດຕາມຜົນ (KPIs) ແລະ ປັບປ່ຽນ.

Strategic Management (SM) ແມ່ນ "ກົນລະຍຸດຂອງທັງອົງກອນ". Strategic HR Management (SHRM) ແມ່ນ "ກົນລະຍຸດຂອງ HR" ທີ່ສ້າງຂຶ້ນເພື່ອ "ສະໜັບສະໜູນ" SM.

ຕົວຢ່າງ:

  • ກົນລະຍຸດອົງກອນ: "ຂະຫຍາຍ 5 ສາຂາໃໝ່ ພາຍໃນ 1 ປີ."
  • ກົນລະຍຸດ HR: "ສັນຫາ ແລະ ຝຶກອົບຮົມ 50 ຄົນ ພາຍໃນ 10 ເດືອນ" ແລະ "ສ້າງລະບົບຄ່າຕອບແທນທີ່ດຶງດູດຄົນໃນທ້ອງຖິ່ນ."

ເສົາຫຼັກທີ 2: ການບໍລິຫານວົງຈອນຄົນເກັ່ງ (Talent Management Cycle)

  • ຫຼັກການ (Principle): ການບໍລິຫານແບບເຊື່ອມໂຍງ (Integrated Talent Management).
  • (ຄືທຸກຢ່າງທີ່ກ່າວໃນ ໂມດູນ 2, 3, 4): ການສັນຫາ, ປຖົມນິເທດ, ບໍລິຫານຜົນງານ, ພັດທະນາ, ແລະ ວາງແຜນສືບທອດ (Succession Planning) ຕ້ອງເຮັດວຽກປະສານກັນ.

ເສົາຫຼັກທີ 3: ການບໍລິຫານຄ່າຕອບແທນ ແລະ ສະຫວັດດີການ (C&B)

ນິຍາມຫຼັກ (Core Definition): ການວາງແຜນ, ພັດທະນາ, ປະຕິບັດ, ແລະ ບໍລິຫານ "ລະບົບລາງວັນລວມ" (Total Rewards System) ທີ່ມອບໃຫ້ພະນັກງານ ເພື່ອຕອບແທນຜົນງານ, ເວລາ, ທັກສະ. ມັນຄື "ກົນລະຍຸດ" ເພື່ອສະໜັບສະໜູນທຸລະກິດ.

3 ເປົ້າໝາຍຫຼັກ (The "3 R's" ຂອງ C&B):

  1. ເພື່ອດຶງດູດ (Attract): ສະເໜີຊຸດຄ່າຕອບແທນທີ່ "ສາມາດແຂ່ງຂັນໄດ້" ເພື່ອດຶງດູດຄົນເກັ່ງ.
  2. ເພື່ອຮັກສາ (Retain): ສ້າງຄວາມພໍໃຈ ແລະ ເປັນທຳ ໃຫ້ພະນັກງານທີ່ມີຄຸນນະພາບສູງບໍ່ຢາກຍ້າຍ.
  3. ເພື່ອຈູງໃຈ (Motivate): ເຊື່ອມໂຍງຄ່າຕອບແທນເຂົ້າກັບ "ຜົນການປະຕິບັດງານ" (Performance).

ສອງອົງປະກອບຫຼັກຂອງ Total Rewards:

  1. ຄ່າຕອບແທນ (Compensation) (ລາງວັນທີ່ເປັນ "ຕົວເງິນ"):
    • ຄ່າຕອບແທນທາງກົງ (Direct): ເງິນຄົງທີ່ (Fixed Pay - ເງິນເດືອນ) ແລະ ເງິນຜັນແປ (Variable Pay - ໂບນັດ, ຄອມມິດຊັນ).
  2. ສະຫວັດດີການ (Benefits) (ລາງວັນທີ່ "ບໍ່ແມ່ນຕົວເງິນໂດຍກົງ"):
    • ຕາມກົດໝາຍ (Mandatory): ປະກັນສັງຄົມ, ວັນພັກ, OT.
    • ທີ່ໃຫ້ເພີ່ມ (Voluntary): ປະກັນສຸຂະພາບກຸ່ມ, ກອງທຶນສຳຮອງ, ຄ່າອາຫານ, ຟິດເນສ.

7 ຫຼັກການສຳຄັນໃນການບໍລິຫານ C&B:

  1. ສອດຄ່ອງเชิงກົນລະຍຸດ (Strategic Alignment): ສະໜັບສະໜູນກົນລະຍຸດທຸລະກິດ (ເຊັ່ນ: Sales ຕ້ອງມີ Variable Pay ສູງ).
  2. ຄວາມເປັນທຳພາຍໃນ (Internal Equity): ຕຳແໜ່ງທີ່ມີຄຸນຄ່າເທົ່າກັນ ຄວນໄດ້ຮັບຄ່າຕອບແທນໃກ້ຄຽງ (ຜ່ານ Job Evaluation).
  3. ແຂ່ງຂັນພາຍນອກ (External Competitiveness): ທຽບທັນ ຫຼື ດີກວ່າຄູ່ແຂ່ງ (ຜ່ານ Salary Survey).
  4. ຈ່າຍຕາມຜົນງານ (Pay for Performance): ຄົນເກັ່ງກວ່າ ໄດ້ຮັບຫຼາຍກວ່າ.
  5. ຄວາມຍືນຍົງ (Sustainability & Affordability): ບໍລິສັດ "ສາມາດຈ່າຍໄດ້" ໃນໄລຍະຍາວ.
  6. ຄວາມໂປ່ງໃສ (Transparency & Communication): ພະນັກງານ "ເຂົ້າໃຈ" ຫຼັກເກນ.
  7. ປະຕິບັດຕາມກົດໝາຍ (Legal Compliance): ບໍ່ຂັດຕໍ່ກົດໝາຍແຮງງານ, ຄ່າຈ້າງຂັ້ນຕ່ຳ.

ເສົາຫຼັກທີ 4: ການພົວພັນພະນັກງານ ແລະ ວັດທະນະທຳ (Employee Relations & Culture)

ນິຍາມ (Core Definition): ຄວາມພະຍາຍາມໃນການສ້າງ, ບຳລຸງຮັກສາ, ແລະ ບໍລິຫານ 2 ສິ່ງພ້ອມກັນ:

  1. ການພົວພັນ (Relations): ການສ້າງສະພາບແວດລ້ອມທີ່ "ຍຸຕິທຳ" ແລະ "ໂປ່ງໃສ" (ກອບ Framework).
  2. ວັດທະນະທຳ (Culture): ການສ້າງສະພາບແວດລ້ອມທີ່ "ຕອບໂຈດ" ແລະ "ໜ້າຢູ່" (ບັນຍາກາດ Atmosphere).

A. ສ່ວນປະກອບທີ 1: ການພົວພັນພະນັກງານ (Employee Relations - ER)

(ເນັ້ນ "ຄວາມຖືກຕ້ອງ" ແລະ "ຄວາມເປັນທຳ")

  • ການສື່ສານພາຍໃນ (Internal Communication): ຮັບປະກັນ 2 ທາງ (Top-down & Bottom-up).
  • ການບໍລິຫານນະໂຍບາຍ ແລະ ລະບຽບວິໄນ (Policy & Disciplinary): ສ້າງ "ຄູ່ມືພະນັກງານ", ດຳເນີນການສອບສວນລົງວິໄນຢ່າງເປັນທຳ.
  • ການຈັດການຂໍ້ຂັດແຍ່ງ (Conflict & Grievance Handling): ເປັນຄົນກາງໄກ່ເກ່ຍ, ສ້າງຊ່ອງທາງຮ້ອງທຸກ.
  • ແຮງງານສຳພັນ (Labor Relations): (ຖ້າມີ) ພົວພັນກັບສະຫະພັນແຮງງານ.

B. ສ່ວນປະກອບທີ 2: ວັດທະນະທຳອົງກອນ (Organizational Culture)

(ເນັ້ນ "ຄວາມຮູ້ສຶກ" ແລະ "ຄວາມຜູກພັນ")

  • ການກຳນົດ ແລະ ສື່ສານຄ່ານິຍົມ (Defining & Communicating Values): ຝັງ Core Values ເຂົ້າໃນທຸກຂະບວນການ.
  • ການວັດແທກ ແລະ ສ້າງຄວາມຜູກພັນ (Employee Engagement): ເຮັດ Engagement Survey ແລະ ສ້າງ Action Plan.
  • ການຍົກຍ້ອງຊົມເຊີຍ (Recognition Programs): ສ້າງລະບົບລາງວັນ, ພະນັກງານດີເດັ່ນ.
  • ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ (Diversity & Inclusion - D&I): ສ້າງສະພາບແວດລ້ອມທີ່ທຸກຄົນຮູ້ສຶກ "ເປັນສ່ວນໜຶ່ງ".

ຄວາມສຳພັນລະຫວ່າງ ER ແລະ Culture

  • ER ທີ່ດີ ຄື "ຮາກຖານ" ຂອງ Culture ທີ່ເຂັ້ມແຂງ.
  • ຖ້າ Culture ປະກາດວ່າ "ຄືຄອບຄົວ" ແຕ່ ER ລົ້ມເຫຼວ (ລຳອຽງ, ບໍ່ຍຸຕິທຳ), Culture ນັ້ນກໍ່ຈະ "ປອມ" (Toxic).

ເສົາຫຼັກທີ 5: ການປະຕິບັດຕາມກົດໝາຍ ແລະ ຄວາມສ່ຽງ (Compliance & Risk)

1. Compliance (ການປະຕິບັດຕາມ): ຕ້ອງປະຕິບັດຕາມ ກົດໝາຍ (Laws), ກົດລະບຽບ (Regulations), ແລະ ນະໂຍບາຍພາຍໃນ (Policies).

2. Risk Management (ການບໍລິຫານຄວາມສ່ຽງ): ການກຳນົດ, ປະເມີນ, ແລະ ຫຼຸດຜ່ອນ "ຄວາມສ່ຽງທີ່ກ່ຽວຂ້ອງກັບຄົນ" (People-related Risks).

ເປົ້າໝາຍ: ປົກປ້ອງອົງກອນຈາກການຖືກລົງໂທດ, ຟ້ອງຮ້ອງ, ສູນເສຍເງິນ, ແລະ ເສຍຊື່ສຽງ.

A. ສ່ວນປະກອບທີ 1: ການປະຕິບັດຕາມກົດໝາຍ (Compliance)

(ເນັ້ນ "ການເຮັດໃຫ້ຖືກຕ້ອງ" ຕາມ "ສິ່ງບັງຄັບ")

  • ກົດໝາຍແຮງງານ (Labor Law): ຄ່າຈ້າງ, OT, ຊົ່ວໂມງເຮັດວຽກ, ວັນພັກ.
  • ສັນຍາ ແລະ ເອກະສານ (Contracts & Documentation): ສັນຍາຮັດກຸມ, ເກັບຂໍ້ມູນພະນັກງານປອດໄພ.
  • ການບໍ່ຈຳແນກ (Non-Discrimination): ຍຸຕິທຳໃນການສັນຫາ, ປະເມີນ, ເລื่อนຂັ້ນ.
  • ປະກັນສັງຄົມ ແລະ ພາສີ (Social Security & Tax): ຫັກ ແລະ ນຳສົ່ງຖືກຕ້ອງ, ທັນເວລາ.
  • ຄວາມປອດໄພ (Health & Safety - H&S): ປະຕິບັດຕາມມາດຕະຖານປ້ອງກັນອຸບັດຕິເຫດ.

B. ສ່ວນປະກອບທີ 2: ການບໍລິຫານຄວາມສ່ຽງດ້ານ HR (HR Risk Management)

(ເນັ້ນ "ການຄາດການລ່ວງໜ້າ" (Proactive) ສິ່ງທີ່ "ອາດຈະ" ເກີດ)

  • Compliance Risk: ຄວາມສ່ຽງຈາກການ "ບໍ່ປະຕິບັດຕາມ" ພາກ A (ຜົນ: ຖືກປັບໃໝ, ຟ้องຮ້ອງ).
  • Operational Risk: ຄວາມສ່ຽງຈາກ "ຂະບວນການ" ຜິດພາດ (ເຊັ່ນ: ຄິດໄລ່ເງິນເດືອນຜິດ, Data Breach).
  • Talent Risk: ຄວາມສ່ຽງຈາກການ "ຂາດ" ຫຼື "ເສຍ" ຄົນເກັ່ງ (ເຊັ່ນ: High Turnover, ບໍ່ມີ Succession Plan).
  • Reputational Risk: ຄວາມສ່ຽງທີ່ການກະທຳຂອງພະນັກງານສ້າງຄວາມເສຍຫາຍ (ເຊັ່ນ: Fraud, ບໍລິການບໍ່ດີ).
  • Cultural Risk: ຄວາມສ່ຽງທີ່ວັດທະນະທຳກາຍເປັນພິດ (Toxic Culture) (ເຊັ່ນ: Bullying, ບໍ່ກ້າສະແດງຄຳເຫັນ).

ເສົາຫຼັກທີ 6: ວຽກງານບໍລິຫານ ແລະ ລະບົບຂໍ້ມູນ (Administration & HRIS)

ນິຍາມຫຼັກ (Core Definition): ການບໍລິຫານຈັດການ ຂະບວນການ (Processes) ແລະ ເຕັກໂນໂລຊີ (Technology) ທີ່ຢູ່ເບື້ອງຫຼັງ ເພື່ອຮັບປະກັນວ່າວຽກປະຈຳວັນ (Day-to-Day) ຖືກຕ້ອງ, ວ່ອງໄວ, ມີປະສິດທິພາບ.

A. ສ່ວນປະກອບທີ 1: ວຽກງານບໍລິຫານ (HR Administration)

(ວຽກ "ຫຼັງບ້ານ" (Back-Office) ທີ່ຄຸ້ມຄອງ "ວົງຈອນຊີວິດພະນັກງານ")

  • ການເລີ່ມວຽກ (Onboarding Admin): ກຽມສັນຍາ, ເກັບເອກະສານ, ເປີດບັນຊີ, ລົງທະບຽນປະກັນສັງຄົມ.
  • ການຄຸ້ມຄອງຂໍ້ມູນ (Data Management): ເກັບ "ສຳນວນພະນັກງານ" (Files) ໃຫ້ປອດໄພ, ອັບເດດຂໍ້ມູນໃຫ້ທັນສະໄໝ.
  • ການບໍລິຫານຄ່າຈ້າງ (Payroll): ດຳເນີນການຈ່າຍເງິນເດືອນ, ຫັກພາສີ/ປະກັນສັງຄົມ, ຄິດໄລ່ OT/ໂບນັດ.
  • ການບໍລິຫານສະຫວັດດີການ (Benefits Admin): ຄຸ້ມຄອງການເບີກຈ່າຍ (ຄ່າປິ່ນປົວ), ຄຸ້ມຄອງວັນພັກ.
  • ການສິ້ນສຸດການຈ້າງງານ (Offboarding Admin): ດຳເນີນການລາອອກ, ຄິດໄລ່ເງິນງວດສຸດທ້າຍ, ອອກໃບຢັ້ງຢືນ.

B. ສ່ວນປະກອບທີ 2: ລະບົບຂໍ້ມູນ HR (HRIS - Human Resource Information System)

("ສະໝອງ" ຫຼື "ຖານຂໍ້ມູນ" ຫຼັກ. ຄື Software ທີ່ມາ "ອັດຕະໂນມັດ" (Automate) ວຽກ Admin)

  • ຖານຂໍ້ມູນໃຈກາງ (Central Database): ເປັນ "ແຫຼ່ງຄວາມຈິງແຫ່ງດຽວ" (Single Source of Truth) ເກັບຂໍ້ມູນທຸກຢ່າງບ່ອນດຽວ.
  • ການເຮັດວຽກອັດຕະໂນມັດ (Automation): ຫຼຸດຜ່ອນວຽກເອກະສານ (Paperwork) (ເຊັ່ນ: ຄິດໄລ່ເງິນເດືອນອັດຕະໂນມັດ, ອະນຸມັດລາພັກ Online).
  • ການບໍລິການຕົນເອງ (Employee Self-Service - ESS): ພະນັກງານຈັດການຂໍ້ມູນເອງໄດ້ (ເຊັ່ນ: ກົດຂໍລາພັກ, ພິມ Payslip ເອງ).
  • ການລາຍງານ ແລະ ວິເຄາະ (Reporting & Analytics): ສ່ວນສຳຄັນเชิงກົນລະຍຸດ. ດຶງ "ຂໍ້ມູນ" ສ້າງ "ລາຍງານ" ເພື່ອຕັດສິນໃຈ (ເຊັ່ນ: Turnover Rate, ຈຳນວນຄົນ).

ຄວາມສຳພັນລະຫວ່າງ Admin ແລະ HRIS

  • HRIS ຄື "ເຄື່ອງມື" ທີ່ເຮັດໃຫ້ວຽກ Admin ງ່າຍຂຶ້ນ, ໄວຂຶ້ນ, ຜິດພາດໜ້ອຍລົງ.
  • ແບບເກົ່າ (ບໍ່ມີ HRIS): ໃຊ້ Excel/ເຈ້ຍ, ຊ້າ, ສ່ຽງຜິດພາດ.
  • ແບບໃໝ່ (ມີ HRIS): ກົດໃນມືຖື, ອະນຸມັດ Online, ຕັດວັນພັກອັດຕະໂນມັດ, ໄວ, ບໍ່ໃຊ້ເຈ້ຍ, ຖືກຕ້ອງ.